ຫລັງຈາກທີ່ໂດ້ນນນນນນນນນນນນນນນນນນ ດົນ ແສນດົນທີ່ບໍ່ໄດ້ຂຽນບລັອກໃນລາວອັບໂຫລດບລັອກແຫ່ງນີ້ ມື້ນີ້ກໍ່ໄດ້ມີໂອກາດມາປັດຝຸ່ນ ຂຽນຕອນໃຫມ່ ໆ ແລ້ວ ອັນເຫດກໍ່ເນື່ອງມາຈາກວ່າ ຊ່ວງນີ້ໄດ້ມີໂອກາດປັບປຸງລາວອັບໂຫລດ ເຊິ່ງຫລາຍ ໆ ຄົນອາດຈະຮູ້ກັນແລ້ວວ່າເປັນເວັບອັບໂຫລດຮູບ ອັບໂຫລດໄຟລ໌ ຫຼືປະເພດຝາກຮູບ ຝາກໄຟລ໌ນັ້ນເອງ ເຊິ່ງຮອບຫລ້າສຸດນີ້ກໍ່ໄດ້ປ່ຽນລະບົບແລ້ວ ແລະກໍ່ໄດ້ຈັດການພວກເວັບບອດໃຫ້ເບິ່ງເປັນຕາໃຊ້ຫລາຍຂຶ້ນ ຮວມໄປເຖິງຫນ້າທຳອິດທີ່ຈັດແຕ່ງອີກເລັກນ້ອຍ
ຢ່າລືມ ຝາກຮູບ ຝາກໄຟລ໌ ຕ້ອງ LaoUpload.com ![]()
ໃນຕອນນີ້ LaoUpload.com ກໍ່ໄດ້ເສັດສິ້ນການອັບເກຣດລະບົບເປັນທີ່ຮຽບຮ້ອຍແລ້ວ ແຕ່ເນື່ອງຈາກວ່າຊ່ວງນີ້ທີມງານລາວອັບໂຫລດ ເຊິ່ງມີພຽງຄົນດຽວນັ້ນກຳລັງວຽກຫລາຍ ກໍ່ເລີຍບໍ່ມີເວລາໄປເຮັດໂລໂກ້ ຫຼືຫນ້າຕາທີ່ເປັນເອກກະລັກໃຫ້ເທື່ອ ເພາະວ່າວຽກໃນຕອນນີ້ຄືຈັດການເຮັດ Luang Prabang Bakery & Guest House ໃຫ້ແລ້ວກ່ອນ ຮູ້ສຶກວ່າຕ້ອງໄປເຮັດ SSL Certificate ມາຮັບຮອງຢ່າງດີອີກ
ຫາກທ່ານມີບັນຫາກ່ຽວກັບ LaoUpload.com ກໍ່ສາມາດສອບຖາມໄດ້ໃນນີ້ເລີຍ ![]()
ພໍດີວ່າຫາສະຄຣິບທີ່ເຫມາະສົມໃນການໃຊ້ງານມາໄດ້ແລ້ວໂຕຫນຶ່ງ ຄິດວ່າຈະປ່ຽນໄປໃຊ້ໂຕນັ້ນໃນໄວ ໆ ນີ້ ແຕ່ວ່າຄົງຕ້ອງໄດ້ແຈ້ງຜູ້ໃຊ້ງານໃຫ້ຮັບຮູ້ກ່ອນ ![]()
ຕອນນີ້ແປພາສາລາວສ່ວນຕ່າງ ໆ ໃນລາວອັບໂຫລດ.ຄອມໄປໄດ້ຫລາຍແລ້ວ ເກືອບ ໆ ຈະທັງຫມົດແລ້ວລະ
ກໍ່ຄິດວ່າຍັງຈະຕ້ອງປັບປຸງໄປເລື້ອຍ ໆ ຄິດວ່າອາດຈະໃສ່ features ຕ່າງ ໆ ເຂົ້າໄປ ແຕ່ວ່າຍັງບໍ່ແນ່ໃຈເທື່ອວ່າຈະເຮັດລັກສະນະໃດດີ ເພາະວ່າມັນມີຫລາຍ ໆ ປະເດັນທີ່ຕ້ອງຄິດເຊັ່ນ
- ລະບົບສະມາຊິກ
- ລະບົບຮູບພາບ
- ຄວາມໄວໃນການອັບໂຫລດ ແລະດາວໂຫລດ
ເຊິ່ງທັງ 3 ປະເດັນນີ້ຄິດວ່າຄົງຈະແກ້ໄຂກັນລຳບາກພໍສົມຄວນ ກໍ່ຍັງບໍ່ແນ່ໃຈວ່າຈະເຮັດແນວໃດດີ
ເນື່ອງຈາກທີ່ວ່າຄິດ ໆ ເບິ່ງແລ້ວ ແລະກໍ່ມີຫລາຍທ່ານໃນ LaoZaa ໃຫ້ຄວາມຄິດເຫັນວ່າຫນ້າຈະມີລະບົບສະມາຊິກ ແລ້ວກໍ່ມີພວກ Premium Account ແມ່ນຫຍັງແບບນັ້ນ ລວມເຖິງໃຫ້ສະແດງຮູບພາບໄດ້ທັນທີ ກໍ່ເລີຍຄິດວ່າອາດຈະປ່ຽນ Script ທີ່ໃຊ້ໃນລະບົບອັບໂຫລດ ແຕ່ວ່າກໍ່ຍັງຕັດສິນໃຈບໍ່ໄດ້ເທື່ອວ່າຈະໃຊ້ໂຕໃດດີ ອີກທັງເລື່ອງຂອງໄຟລ໌ເກົ່າທີ່ມີຢູ່ໃນລະບົບວ່າຊິຍ້າຍແນວໃດ ກໍ່ຍັງບໍ່ແນ່ໃຈເທື່ອ ແຕ່ຄິດວ່າອາດຈະຕ້ອງທົດລອງກັນກ່ອນວ່າຜົນອອກມາເປັນທີ່ຫນ້າພໍໃຈບໍ່
ຫລັງຈາກທີ່ມີການເປີດໂຕໄປບາງສ່ວນໃນ LaoZaa ແລ້ວ ຕອນນີ້ບລັອກຢ່າງເປັນທາງການຂອງ LaoUpload.com ກໍ່ຕາມມາຕິດ ໆ ເຊິ່ງໃນບລັອກນີ້ກໍ່ຈະມີການອັບເດດຂໍ້ມູນຄວາມເຄື່ອນໄຫວຕ່າງ ໆ ໃນ LaoUpload.com
