ພາສາລາວ ໃນ ລາວອັບໂຫລດ.ຄອມ

ຂຽນໃນຫມວດ: Talks | ສະແດງຄຳເຫັນ »
ຂຽນເມື່ອ

ຕອນນີ້ແປພາສາລາວສ່ວນຕ່າງ ໆ​ ໃນລາວອັບໂຫລດ.ຄອມໄປໄດ້ຫລາຍແລ້ວ ເກືອບ ໆ ຈະທັງຫມົດແລ້ວລະ :D ກໍ່ຄິດວ່າຍັງຈະຕ້ອງປັບປຸງໄປເລື້ອຍ ໆ ຄິດວ່າອາດຈະໃສ່ features ຕ່າງ ໆ ເຂົ້າໄປ ແຕ່ວ່າຍັງບໍ່ແນ່ໃຈເທື່ອວ່າຈະເຮັດລັກສະນະໃດດີ ເພາະວ່າມັນມີຫລາຍ ໆ​ ປະເດັນທີ່ຕ້ອງຄິດເຊັ່ນ

  1. ລະບົບສະມາຊິກ
  2. ລະບົບຮູບພາບ
  3. ຄວາມໄວໃນການອັບໂຫລດ ແລະດາວໂຫລດ

ເຊິ່ງທັງ 3 ປະເດັນນີ້ຄິດວ່າຄົງຈະແກ້ໄຂກັນລຳບາກພໍສົມຄວນ ກໍ່ຍັງບໍ່ແນ່ໃຈວ່າຈະເຮັດແນວໃດດີ :(

ປ່ຽນ script?

ຂຽນໃນຫມວດ: Talks | ສະແດງຄຳເຫັນ »
ຂຽນເມື່ອ

ເນື່ອງຈາກທີ່ວ່າຄິດ ໆ​ ເບິ່ງແລ້ວ ແລະກໍ່ມີຫລາຍທ່ານໃນ LaoZaa ໃຫ້ຄວາມຄິດເຫັນວ່າຫນ້າຈະມີລະບົບສະມາຊິກ ແລ້ວກໍ່ມີພວກ Premium Account ແມ່ນຫຍັງແບບນັ້ນ ລວມເຖິງໃຫ້ສະແດງຮູບພາບໄດ້ທັນທີ ກໍ່ເລີຍຄິດວ່າອາດຈະປ່ຽນ Script ທີ່ໃຊ້ໃນລະບົບອັບໂຫລດ ແຕ່ວ່າກໍ່ຍັງຕັດສິນໃຈບໍ່ໄດ້ເທື່ອວ່າຈະໃຊ້ໂຕໃດດີ ອີກທັງເລື່ອງຂອງໄຟລ໌ເກົ່າທີ່ມີຢູ່ໃນລະບົບວ່າຊິຍ້າຍແນວໃດ ກໍ່ຍັງບໍ່ແນ່ໃຈເທື່ອ ແຕ່ຄິດວ່າອາດຈະຕ້ອງທົດລອງກັນກ່ອນວ່າຜົນອອກມາເປັນທີ່ຫນ້າພໍໃຈບໍ່ :D

ຍິນດີຕ້ອນຮັບສູ່ບລັອກຢ່າງເປັນທາງການຂອງ LaoUpload.com!

ຂຽນໃນຫມວດ: Talks | ສະແດງຄຳເຫັນ »
ຂຽນເມື່ອ

ຫລັງຈາກທີ່ມີການເປີດໂຕໄປບາງສ່ວນໃນ LaoZaa ແລ້ວ ຕອນນີ້ບລັອກຢ່າງເປັນທາງການຂອງ LaoUpload.com ກໍ່ຕາມມາຕິດ ໆ ເຊິ່ງໃນບລັອກນີ້ກໍ່ຈະມີການອັບເດດຂໍ້ມູນຄວາມເຄື່ອນໄຫວຕ່າງ ໆ ໃນ LaoUpload.com

ແທັກ :