ນັບເປັນເວລາ 2 ປີ 8 ເດືອນກັບອີກ 6 ມື້ແລ້ວທີ່ບໍ່ໄດ້ມາອັບເດດບລັອກນີ້ ເຫດຜົນກໍບໍ່ມີຫຍັງຫຼາຍ ກໍເນື່ອງຈາກວ່າ ບໍ່ມີຫຍັງປ່ຽນແປງໃນລາວອັບໂຫລດພໍໃຫ້ມາຂຽນເທື່ອ ແຕ່ວ່າມື້ນີ້ມີໜ້ອຍນຶ່ງ ມີອັບເດດເລື່ອງເວັບບອດ ທີ່ປົກກະຕິກໍບໍ່ມີໃຜເຂົ້າຢູ່ແລ້ວ ມີແຕ່ Spam ຈາກລັດເຊຍ ກໍເລີຍຈັດການປິດບໍ່ໃຫ້ສະໝັກສະມາຊິກໄດ້ເລີຍລະກັນ ອີກທັງສ່ວນໃຫຍ່ຄົນເຂົ້າເວັບມີຫຍັງກໍມາພິມຢູ່ໜ້າ shoutbox ໜ້າທຳອິດຢູ່ແລ້ວ (ປັດຈຸບັນໃຊ້ບໍລິການຂອງ shoutmix.com).
ເລື່ອງທີ່ສອງກໍແມ່ນ ເລື່ອງ img.laoupload.com ທີ່ເພີ່ມໃຫ້ສາມາດອັບໂຫລດໄດ້ສູງສຸດ 8MB ຕໍ່ຮູບ (ແຕ່ກ່ອນແມ່ນ 2MB ຕໍ່ຮູບ) ກໍຫວັງວ່າຈະມີປະໂຫຍດສຳລັບຫຼາຍໆ ຄົນເນາະ.
ສຸດທ້າຍນີ້ ກໍຢ່າລືມເດີ້ LaoUpload.com ເວັບໄຊໃຫ້ບໍລິການຝາກຮູບຝາກໄຟລ໌ເວັບທຳອິດຂອງປະເທດລາວ =)
ຫລັງຈາກທີ່ໂດ້ນນນນນນນນນນນນນນນນນນ ດົນ ແສນດົນທີ່ບໍ່ໄດ້ຂຽນບລັອກໃນລາວອັບໂຫລດບລັອກແຫ່ງນີ້ ມື້ນີ້ກໍ່ໄດ້ມີໂອກາດມາປັດຝຸ່ນ ຂຽນຕອນໃຫມ່ ໆ ແລ້ວ ອັນເຫດກໍ່ເນື່ອງມາຈາກວ່າ ຊ່ວງນີ້ໄດ້ມີໂອກາດປັບປຸງລາວອັບໂຫລດ ເຊິ່ງຫລາຍ ໆ ຄົນອາດຈະຮູ້ກັນແລ້ວວ່າເປັນເວັບອັບໂຫລດຮູບ ອັບໂຫລດໄຟລ໌ ຫຼືປະເພດຝາກຮູບ ຝາກໄຟລ໌ນັ້ນເອງ ເຊິ່ງຮອບຫລ້າສຸດນີ້ກໍ່ໄດ້ປ່ຽນລະບົບແລ້ວ ແລະກໍ່ໄດ້ຈັດການພວກເວັບບອດໃຫ້ເບິ່ງເປັນຕາໃຊ້ຫລາຍຂຶ້ນ ຮວມໄປເຖິງຫນ້າທຳອິດທີ່ຈັດແຕ່ງອີກເລັກນ້ອຍ
ຢ່າລືມ ຝາກຮູບ ຝາກໄຟລ໌ ຕ້ອງ LaoUpload.com
ໃນຕອນນີ້ LaoUpload.com ກໍ່ໄດ້ເສັດສິ້ນການອັບເກຣດລະບົບເປັນທີ່ຮຽບຮ້ອຍແລ້ວ ແຕ່ເນື່ອງຈາກວ່າຊ່ວງນີ້ທີມງານລາວອັບໂຫລດ ເຊິ່ງມີພຽງຄົນດຽວນັ້ນກຳລັງວຽກຫລາຍ ກໍ່ເລີຍບໍ່ມີເວລາໄປເຮັດໂລໂກ້ ຫຼືຫນ້າຕາທີ່ເປັນເອກກະລັກໃຫ້ເທື່ອ ເພາະວ່າວຽກໃນຕອນນີ້ຄືຈັດການເຮັດ Luang Prabang Bakery & Guest House ໃຫ້ແລ້ວກ່ອນ ຮູ້ສຶກວ່າຕ້ອງໄປເຮັດ SSL Certificate ມາຮັບຮອງຢ່າງດີອີກ
ຫາກທ່ານມີບັນຫາກ່ຽວກັບ LaoUpload.com ກໍ່ສາມາດສອບຖາມໄດ້ໃນນີ້ເລີຍ
ພໍດີວ່າຫາສະຄຣິບທີ່ເຫມາະສົມໃນການໃຊ້ງານມາໄດ້ແລ້ວໂຕຫນຶ່ງ ຄິດວ່າຈະປ່ຽນໄປໃຊ້ໂຕນັ້ນໃນໄວ ໆ ນີ້ ແຕ່ວ່າຄົງຕ້ອງໄດ້ແຈ້ງຜູ້ໃຊ້ງານໃຫ້ຮັບຮູ້ກ່ອນ
ຕອນນີ້ແປພາສາລາວສ່ວນຕ່າງ ໆ ໃນລາວອັບໂຫລດ.ຄອມໄປໄດ້ຫລາຍແລ້ວ ເກືອບ ໆ ຈະທັງຫມົດແລ້ວລະ
ກໍ່ຄິດວ່າຍັງຈະຕ້ອງປັບປຸງໄປເລື້ອຍ ໆ ຄິດວ່າອາດຈະໃສ່ features ຕ່າງ ໆ ເຂົ້າໄປ ແຕ່ວ່າຍັງບໍ່ແນ່ໃຈເທື່ອວ່າຈະເຮັດລັກສະນະໃດດີ ເພາະວ່າມັນມີຫລາຍ ໆ ປະເດັນທີ່ຕ້ອງຄິດເຊັ່ນ
- ລະບົບສະມາຊິກ
- ລະບົບຮູບພາບ
- ຄວາມໄວໃນການອັບໂຫລດ ແລະດາວໂຫລດ
ເຊິ່ງທັງ 3 ປະເດັນນີ້ຄິດວ່າຄົງຈະແກ້ໄຂກັນລຳບາກພໍສົມຄວນ ກໍ່ຍັງບໍ່ແນ່ໃຈວ່າຈະເຮັດແນວໃດດີ
ເນື່ອງຈາກທີ່ວ່າຄິດ ໆ ເບິ່ງແລ້ວ ແລະກໍ່ມີຫລາຍທ່ານໃນ LaoZaa ໃຫ້ຄວາມຄິດເຫັນວ່າຫນ້າຈະມີລະບົບສະມາຊິກ ແລ້ວກໍ່ມີພວກ Premium Account ແມ່ນຫຍັງແບບນັ້ນ ລວມເຖິງໃຫ້ສະແດງຮູບພາບໄດ້ທັນທີ ກໍ່ເລີຍຄິດວ່າອາດຈະປ່ຽນ Script ທີ່ໃຊ້ໃນລະບົບອັບໂຫລດ ແຕ່ວ່າກໍ່ຍັງຕັດສິນໃຈບໍ່ໄດ້ເທື່ອວ່າຈະໃຊ້ໂຕໃດດີ ອີກທັງເລື່ອງຂອງໄຟລ໌ເກົ່າທີ່ມີຢູ່ໃນລະບົບວ່າຊິຍ້າຍແນວໃດ ກໍ່ຍັງບໍ່ແນ່ໃຈເທື່ອ ແຕ່ຄິດວ່າອາດຈະຕ້ອງທົດລອງກັນກ່ອນວ່າຜົນອອກມາເປັນທີ່ຫນ້າພໍໃຈບໍ່
ຫລັງຈາກທີ່ມີການເປີດໂຕໄປບາງສ່ວນໃນ LaoZaa ແລ້ວ ຕອນນີ້ບລັອກຢ່າງເປັນທາງການຂອງ LaoUpload.com ກໍ່ຕາມມາຕິດ ໆ ເຊິ່ງໃນບລັອກນີ້ກໍ່ຈະມີການອັບເດດຂໍ້ມູນຄວາມເຄື່ອນໄຫວຕ່າງ ໆ ໃນ LaoUpload.com
